ຈີນຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່
ຜູ້ແທນທົ່ວປະເທດ ຄັ້ງທີ 20 ຢ່າງຮອບດ້ານ
ສຳນັກຂ່າວຊິນຮວາລາຍງານໃນວັນທີ 12 ກຸມພານີ້ວ່າ: ກອງປະຊຸມເວທີປຶກສາຫາລືສັງລວມກ່ຽວກັບການປະຢັດພະລັງງານ ແລະ ອະນຸລັກສິ່ງແວດ
ລ້ອມ
ຈີນ-ຍີ່ປຸ່ນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ເຮີລີ້ເຟິ່ງ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ ກ່າ
ວ່າ: ຈີນ
ຈະຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຮອບດ້ານ, ເລັ່ງລັດການ
ຫັນປ່ຽນຮູບແບບການພັດທະນາໃຫ້ເປັນແບບສີຂຽວ, ຊຸກຍູ້ການປ້ອງກັນ ແລະ ການຫຼຸດມົນລະພິດສິ່ງແວດລ້ອມຢ່າງເລິກເຊິ່ງ, ເພີ່ມທະວີການປະຢັດຊັບ
ພະຍາ
ກອນຢ່າງຮອບດ້ານ, ຕັ້ງໜ້າຊຸກຍູ້ໃຫ້ບັນລຸເປົ້າໝາຍການປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລ້ວຫຼຸດລົງ ແລະ ການປອດກາກບອນຢ່າງໜັກ
ແໜ້ນ, ຊຸກຍູ້ການຫຼຸດປະລິມານການປ່ອຍກາກບອນ, ການຂະຫຍາຍພື້ນທີ່ສີຂຽວ ແລະ ການພັດທະນາເສດຖະກິດຢ່າງປະສົມປະສານ. ຈີນຍິນດີຮ່ວມກັບ
ຊາດອື່ນ
ເພື່ອສືບຕໍ່ລົງເລິກການຮ່ວມມືດ້ານການຜະລິດ, ການຮ່ວມມືດ້ານເຕັກນິກ, ການສົນທະນາດ້ານນະໂຍບາຍ ແລະ ການແລກປ່ຽນດ້ານວັດທະນະ
ທຳໃນການພັດທະນາແບບສີຂຽວ ແລະ ຫຼຸດກາກບອນ, ຊຸກຍູ້ການຮ່ວມມືດ້ານການພັດທະນາແບບສີຂຽວ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/02/2023